ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີ​ຣານ ເປີດ​ໂຕ​ລູກ​ສອນ​ໄຟ​ຕ້ານ​ຂີ​ປະ​ນາ​ວຸດ​ລຸ້ນ​ໃໝ່

     ສຳນັກ​ຂ່າວ IRNA ຂອງ​ສາທາລະນະ​ລັດ​ອິດ​ສະ​ລາມ​ອີ​ຣານ (IRNA) ລາຍ​ງານ​ລະບຸ​ວ່າ: ອີ​ຣານ ຫາ​ກໍ​ເປີດ​ໂຕ​ອາວຸດ​ລຸ້ນ​ໃໝ່​ທີ່​ເປັນ
​ຜະລິດ​ຕະ​ພັນ​ພາຍ​ໃນ​ປະເທດ ລວມ​ມີລະບົບ​ລູກ​ສອນ​ໄຟ​ຕ້ານ​ຂີ​ປະ​ນາ​ວຸດອາ​ມານ (Arman) ແລະ ລະບົບ​ປ້ອງ​ກັນ​ໄພ​ທາງ​ອາກາດ​ທີ່​ທັນ​
ສະໄໝ.

     ການ​ເປີດ​ໂຕ​ລູກ​ສອນ​ໄຟ​ຊະນິດ​ໃໝ່, ໄດ້​ມີ​ຂຶ້ນ​ທ່າມກາງ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ເພີ່ມ​ຂຶ້ນຂະນະ​ທີ່​ກຳລັງ ຮູ​ຕີ ໃນ​ເຢ​ເມນ ໄດ້​ໂຈມ​
ຕີ​ກຳປັ່ນ​ ສະຫະລັດ​ອາ​ເມ​ຣິ​ກາ, ອັງກິດ ແລະ ອິດ​ສະ​ຣາ​ແອນ ຢູ່​ທະເລ​ແດງ, ໂດຍ​ສາມ​ປະເທດ​ສະແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ​ໃນ​ເຂດກາ​
ຊາ ເພື່ອ​ຕອບ​ໂຕ້​ການ​ໂຈມ​ຕີ​ຂອງຮູ​ຕີ, ອາ​ເມ​ຣິ​ກາ​ ໄດ້​ແນໃສ່​ບັນດາ​ເປົ້າໝາຍ​ກໍ່​ການ​ຮ້າຍ​ທີ່ຢູ່​ພາຍ​ໃນ ເຢ​ເມນ ແລະ ສະຖານທີ່​ຂອງ​ບັນດາ
​ກຸ່ມ​ທີ່​ຖືກ​ກ່າວ​ຫາ​ວ່າ​ໜູນ​ຫຼັງ​ ອີ​ຣານ ​ຢູ່​ໃນ​ ອີ​ຣັກ ແລະ ຊີ​ຣີ. ຕາມ​ຂ່າວ IRNA ລະບຸ​ຕື່ມ​ວ່າ: ດ້ວຍ​ການ​ນຳ​ໃຊ້​ລະບົບ​ອາວຸດ​ໃໝ່​ເຂົ້າ​ໃນ​
ດ້ານ​ປ້ອງ​ກັນ​ຊາດ, ຄວາມ​ສາມາດ​ປ້ອງ​ກັນ​ທາງ​ອາກາດ​ຂອງ ອີ​ຣານ ຈະ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງຫຼາຍ.

     ລະບົບ​ຂີ​ປະ​ນາ​ວຸດ Arman ສາມາດ​ຍິງ​ໄດ້ 6 ເປົ້າ​ໝາຍ​ໃນ​ໄລຍະ​ຫ່າງ​ແຕ່ 120-180 ກິໂລແມັດ, ຂະນະ​ທີ່​ລະບົບ​ປ້ອງ​ກັນ​ທາງ​ອາ
ກາດ Azaraksh ສາມາດ​ລະບຸ ແລະ ທຳລາຍ​ເປົ້າ​ໝາຍ​ໄດ້​ໃນ​ໄລຍະ​ໄກ​ເຖິງ 50 ກິໂລແມັດ. ທັງ​ນີ້, ເມື່ອ​ເດືອນ ມິຖຸນາ 2023 ຜ່ານ​
ມາ, ອີ​ຣານ ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ມີ​ຄວາມ​ໄວ​ກວ່າ​ສຽງ​ລູກ​ທຳ​ອິດ​ໃນ​ປະເທດ​ທີ່​ມີ​ຊື່ວ່າ ຟັດ​ຕາ (Fattah) ທີ່​ມີ​ໄລຍະ​
ຍິງ​ໄກ 1.400 ກິໂລແມັດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/03/2024